ພິທີເປີດງານວາງສະແດງ ວຽງຈັນນານາຊາດ ໂອໂຕໂຊ (Vientiane International Auto Show 2024)

ໃນວັນທີ 04 ມີນາ 2024 ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດລາວເວີນ ມະຫາຊົນ ໄດ້ຈັດພິທີເປີດງານວາງສະແດງ ວຽງຈັນນານາຊາດ ໂອໂຕໂຊ 2024 (Vientiane International Auto Show 2024) ທີ່ ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ເເລະ ຂົນສົ່ງ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ  ຫັດຖະກຳ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ພານະລິນ ສຸວັນນະວົງ ອຳນວຍການ ບໍລິສັດ  ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ແລະ  ທ່ານ ນາງ ຄຳພາ ຄຳບຸນເຮືອງ ຮອງຜູ້ອຳນວຍການໃຫຍ່ ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ; ພ້ອມທັງແຂກເຂົ້າຮ່ວມຈາກກົມກອງຕ່າງໆຂອງພາກລັດ ແລະ ພາກທຸລະກິດ ລວມທັງໝົດ 100 ທ່ານ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອເປັນການເປີດໂອກາດໃຫ້ທຸລະກິດ ອຸດສາຫະກໍາລົດຍົນພາຍໃນປະເທດ ແລະ ຕ່າງປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນ ທີ່ຕິດພັນກັບລົດຍົນ, ເທັກໂນໂລຊີໃຫມ່ສູ່ສັງຄົມໄດ້ຮັບຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດຍົນໃຫ້ແກ່ຜູ້ບໍລິໂພກໄດ້ສໍາພັດຕົວຈິງ ແລະ ທົດລອງນໍາໃຊ້; ພ້ອມດຽວກັນນີ້, ກໍ່ເພື່ອເປັນການຊຸກຍູ້​ສົ່ງ​ເສີມດ້ານ​​ການ​ຄ້າ, ການລົງທຶນ  ​ຂອງ​ນັກ​ທຸ​ລະ​ກິດ​​ລາວ ແລະ ຕ່າງປະເທດໃຫ້​ນັບ​ມື້ນັບ​ເຂັ້ມ​ແຂງ​ ຕາມ​ຍຸກ​ເຊື່ອມ​ໂຍງ​ກັບ​ສາ​ກົນ, ທັງ​ເປັນ​ການສ້າງ​​ເວ​ທີໃຫ້​ແກ່​ຜູ້​ຊື້-ຜູ້ຂາຍ​ ໄດ້​ພົບ​ປະແລກປ່ຽນບົດຮຽນນໍາກັນ ເພື່ອນໍາໄປພັດທະນາປັບປຸງ, ສ້າງແຜນ ແລະ ການຮ່ວມມືກັນໃນອະນາຄົດ.

ງານວາງສະແດງຄັ້ງນີ້ ມີຫ້ອງວາງສະແດງທັງໝົດ 99 ຫ້ອງ, ໃນນັ້ນ: ປະກອບມີ ບໍລິສັດຄ້າຍລົດ 34 ຄ້າຍ, ສະຖາບັນການເງິນ-ທະນາຄານ ແລະ ຮ້ານຕົບແຕ່ງລົດ, ອຸປະກອນບໍາລຸງຮັກສາລົດ ຈໍານວນ 19 ຫ້ອງ,  ຫົວໜ່ວຍທຸລະກິດທີ່ມີທ່າແຮງ, ສິນຄ້າໂອດ໋ອບ (ປະເພດຫັດຖະກຳ ເຄື່ອງຈັກສານ ແລະ ຜ້າໄໝ, ຢາພື້ນເມືອງ ແລະ ເຄື່ອງໃຊ້ພາຍໃນເຮືອນ) ຈໍານວນ 20 ຫ້ອງ ແລະ ກໍຍັງມີພາກສ່ວນວາງສະແດງ ອາຫານ ແລະ ເຄື່ອງດື່ມ ເພື່ອຮັບໃຊ້ແຂກທີ່ເຂົ້າມາທ່ຽວຊົມ ລວມມີ 30 ຮ້ານ.

ຊຶ່ງງານວາງສະແດງ ວຽງຈັນນານາຊາດ ໂອໂຕໂຊ 2024 ຈັດຂຶ້ນໃນລະຫວ່າງວັນທີ 02-10 ມີນາ 2024 ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ; ງານດັ່ງກ່າວຈະດໍາເນີນເປັນເວລາ 09 ວັນ. ສະນັ້ນ, ຈຶ່ງຂໍຖືໂອກາດນີ້ເຊີນຊວນແຂກຜູ້ມີກຽດ ແລະ ບັນດາທ່ານ ຢູ່ທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງໃນຄັ້ງນີ້ດ້ວຍ; ຊຶ່ງກິດຈະກໍາພາຍໃນງານ ຂອງແຕ່ລະວັນປະກອບມີ:

ດ້ານໃນ: ການວາງສະແດງ ແລະ ຈໍາໜ່າຍສິນຄ້າຫຼາກຫຼາຍຂອງຄ້າຍລົດ, ສໍາລັບລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽນ ເພື່ອຮັບຄູປອງລຸ້ນໂຊກ ຮັບເອົາຂອງລາງວັນທີ່ມີມູນຄ່າຈໍານວນຫຼວງຫຼາຍ, ມີກິດຈະກໍາແຂ່ງເຕັ້ນໂຄເວີ້ ຈາກບັນດາກຸ່ມນ້ອງນັກຮຽນ, ມີສິລະປິນນັກຮ້ອງທັງພາຍໃນ ແລະ ປະເທດເພື່ອນບ້ານ ພ້ອມດຽວກັນນັ້ນ, ຍັງມີໂປຣໂມຊັ້ນຈາກບັນດາຄ້າຍລົດພາຍໃນງານ ໄວ້ຄອຍບໍລິການ ແລະ ດຶງດູດແຂກທີ່ເຂົ້າມາຮ່ວມງານ.

ດ້ານນອກ: ຈະມີການທົດລອງຂັບລົດຂອງແຕ່ລະຄ້າຍລົດ ໄດ້ຟຣີ ຕະຫຼອດງານ, ການສະແດງຄວາມງາມ, ການຕົບແຕ່ງເຄື່ອງສຽງຂອງລົດ ແລະ ສໍາພັດຄວາມມ່ວນຊື່ນໄດ້ຢ່າງເຕັມທີ່, ກິດຈະກໍາການປະກວດເຄື່ອງສຽງ, ກິດຈະກໍາພົບປະ ສະມາຄົມຄົນຮັກລົດ ແລະ ກິດຈະກໍາສະແດງຄວາມສາມາດໃນການຂັບລົດ ແລະ ການດຣີຟລົດ. ນອກຈາກນີ້, ຍັງຈະໄດ້ພົບກັບງານສະຫຼອງການສ້າງຕັ້ງຄົບຮອບ 9 ປີ ຂອງຮ້ານອາຫານ 3434 ທີ່ຈະນໍາເອົາສິລະປິນນັກຮ້ອງມາສ້າງຄວາມມ່ວນຊື່ນ ໃຫ້ກັບບັນດາລູກຄ້າທີ່ມາທ່ຽວຊົມງານ.