ກະຊວງ ອຸດສາຫະກຳ ແລະ ການຄ້າ

ກົງຈັກການຈັດຕັ້ງກະຊວງ ອຸດສາຫະກຳ ແລະ ການຄ້າ

ກະຊວງອຸດສາຫະກໍາ ແລະ ການຄ້າ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງລັດຖະບານ, ມີພາລະບົດບາດເປັນເສນາທີການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານ ອຸດສາຫະກຳ, ຫັດຖະກຳ, ເຂດ ແລະ ນິຄົມອຸດສາຫະກຳ, ການຄຸ້ມຄອງເຄມີ, ການຄ້າພາຍໃນ ແລະ ຕ່າງປະເທດ, ການຄ້າຜ່ານອີເລັກໂຕຣນິກ, ການຄຸ້ມຄອງຕະຫລາດ, ການດັດສົມລາຄາ, ການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນທາງທຸລະກິດ, ການຂຶ້ນທະບຽນ ແລະ ຄຸ້ມຄອງວິສາຫະກິດ, ການສົ່ງເສີມປະກອບທຸລະກິດທົ່ວໄປ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊັບສິນທາງປັນຍາ, ມາດຕະຖານວັດແທກ, ການອຳນວຍຄວາມສະດວກທາງດ້ານການຄ້າ…

ການປັບປຸງປະສິດທິພາບ, ຄວາມຮັບຜິດຊອບ, ຫຼັກການປະຕິບັດ, ແລະ ຄວາມໂປ່ງໃສຂອງທຸລະກິດໃນ ສປປ ລາວ

ວັນທີ 15 ກັນຍາ 2022 – ກະຊວງອຸດສາຫະກໍາ ແລະ ການຄ້າ (MOIC), ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI), ສະຖານທູດຍີ່ປຸ່ນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຮ່ວມເປັນເຈົ້າພາບຈັດການສົນທະນາກ່ຽວກັບການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປ ລາວ ເພື່ອເປີດໂຄງການໃໝ່ໃນຫົວຂໍ້ “ການປັບປຸງປະສິດທິພາບ, ຄວາມຮັບຜິດຊອບ, ຫຼັກການປະຕິບັດ, ແລະ ຄວາມໂປ່ງໃສຂອງທຸລະກິດໃນ ສປປ ລາວ”, ຫຼື ເປັນທີ່ຮູ້ຈັກໃນຊື່ໂຄງການ…

ກົມສົ່ງເສີມການຄ້າ

ພິທີເປີດໂຕ ແພລັດຟອມການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ອ່ານຫຸ່ຍອີ້ຊ່າງ ເຕັກໂນໂລຊີ ດິຈີຕອນ ຈໍາກັດ ແຫ່ງ ສປ ຈີນ ໄດ້ຈັດພິທີເປີດໂຕ ແພລັດຟອມການຄ້າເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາ ໃນຕອນແລງຂອງວັນທີ 13 ພຶດສະພາ 2024 ທີ່ ໂຮງແຮມດອນຈັນພາເລດ; ໃຫ້ກຽດເປັນປະທານກົດປຸ່ມເປີດພິທີ ໂດຍ ທ່ານ…

ຂໍ້ມູນການຄົ້ນຄວ້າ

ພະແນກ ອຸດສາຫະກຳ ແລະ ການຄ້າ 18 ແຂວງ

ເຊີນທ່ຽວ ງານວາງສະແດງ ຊາລາວສູ່ສາກົນ

1. ຄວາມເປັນມາຂອງງານວາງສະແດງ ລັດຖະບານແຫ່ງ ສປປ ລາວ ໄດ້ຫັນປ່ຽນນະໂຍບາຍ, ຍຸດທະສາດ ແລະ ແຜນງານທີ່ຕິດພັນກັບກະສິກໍາ ໄປສູ່ການສົ່ງອອກ ແລະ ທົດແທນການນໍາເຂົ້າ ເພື່ອເຮັດໃຫ້ປະເທດລາວ ກ້າວໄປສູ່ເສັ້ນທາງພັດທະນາເສດຖະກິດ ດ້ວຍເງິນຕາຈາກຕ່າງປະເທດ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ. ຊາ ແມ່ນໜຶ່ງໃນບັນດາສິນຄ້າກະສິກໍາທີ່ສໍາຄັນຂອງ ສປປ ລາວ ທີ່ໄດ້ຮັບການຄ້າຂາຍ – ຈໍາໜ່າຍທັງພາຍໃນ ແລະ ສົ່ງອອກ ເຊິ່ງໄດ້ນໍາລາຍໄດ້ທີ່ສໍາຄັນໃຫ້ແກ່ຄອບຄົວຊາວກະສິກອນ ໃນຊົນນະບົດທາງພາກເໜືອ ແລະ…