ພະແນກ ສັງລວມ

ມີໜ້າທີ່

  1. ຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ ຂອງຂັ້ນເທິງໃຫ້ເປັນຫນ້າວຽກລະອຽດຂອງພະ ແນກ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ;
  2. ເປັນໃຈກາງຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ບັນດານະໂຍບາຍ ແລະ ນິຕິກໍາຕ່າງໆ ໃນນາມກົມ; ກະກຽມ ບົດລາຍງານ, ບົດປະກອບຄໍາເຫັນ ໃນປະເດັນຕ່າງໆ ໃຫ້ຄະນະກົມ ກໍຄືຄະນະນໍາກະຊ່ວງ;
  3. ຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານຂອງກົມ ເພື່ອເປັນບ່ອນອີງໃນການປັບປຸງວຽກງານ ແລະ ກົງຈັກການຈັດຕັ້ງ ແຕ່ລະໄລຍະ;
  4. ສ້າງແຜນການຮ່ວມມື, ສັງລວມແຜນການ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມມື ສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍທີ່ຕິດພັນກັບວຽກງານສົ່ງເສີມການຄ້າ ແລະ ການສົ່ງອອກ, ປະສານກັບພະແນກພາຍໃນກົມ ໃນ ການສ້າງແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີຂອງກົມ ໃຫ້ແທດ ເຫມາະກັບທິດທາງ ແລະ ແຜນການລວມ ທີ່ວາງອອກພ້ອມທັງສະຫຼຸບການຈັດຕັ້ງປະຕິບັດ;
  5. ຄົ້ນຄວ້າ ແລະ ປະສານງານກັບບັນດາພະແນກ ເພື່ອສ້າງແຜນການສະເຫນີຂໍການຮ່ວມມື ຊ່ວຍເຫຼືອຈາກ ສາກົນໃນນາມກົມ ແລະ ປະສານສົມທົບກັບ ຫົວຫນ່ວຍທຸລະກິດທີ່ຕິດພັນກັບການຊ່ວຍເຫຼືອຂອງໂຄງການ ຮ່ວມມືຂອງກົມ;
  6. ຂຶ້ນບັນຊີ, ຄຸ້ມຄອງພະນັກງານ, ເຄື່ອງມື, ອຸປະກອນເຕັກນິກ, ພາຫະນະຮັບໃຊ້ ແລະ ຊັບສົມບັດສ່ວນລວມ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ ແລະ ເປັນຈຸດປະສານງານກັບອົງເການ TPO ຂອງບັນດາປະເທດ ອາຊຽນ ແລະ ສາກົນ ເພື່ອຊອກຫາຫົນທາງໃນການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານການຄ້າ ໃຫ້ທຸລະ ກິດ ຂອງ ລາວ.
  7. ຮັບຜິດຊອບວຽກງານບໍລິຫານ, ຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ ແລະ ວຽກງານສາລະບານຂອງກົມ; 8. ເກັບກໍາ ແລະ ຂຶ້ນແຜນປະກອບເຄື່ອງມືອຸປະກອນໃຫ້ແກ່ພະແນກຂອງກົມ ແລະ ຄຸ້ມຄອງການນໍາໃຊ້ຢ່າງມີ ປະສິດທິພາບ;
  8. ຕິດຕາມ ແລະ ສັງລວມ ບັນດາເອກະສານ, ບັນຊີການເງິນ, ການບໍລິການ, ການບໍລິຫານ ຮັບຜິດຊອບວຽກ ງານປະຊາສໍາພັນຂອງກົມ;
  9. ຮັບຜິດຊອບກະກຽມກອງປະຊຸມສ່ອງແສງ ແລະ ກອງປະຊຸມວິຊາການພາຍໃນກົມ ປະຈໍາອາທິດ, ປະຈໍາ ເດືອນ, ປະຈໍາງວດ ແລະ ປະຈໍາປີ ພ້ອມທັງລາຍງານໃຫ້ຂັ້ນເທິງຊາບເປັນປົກກະຕິ;
  10. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.

ຄະນະບໍລິຫານງານ ພະແນກ ສັງລວມ

ຫົວໜ້າພະແນກ
ທ່ານ ຊາຍຄຳ ພົມມະໂຄດ

 

ຮອງຫົວໜ້າ
ທ່ານ ນາງ ພິມມະສອນ ສີມມະໄລວົງ
ຮອງຫົວໜ້າ
ທ່ານ ດານຸພົນ ວົງຄິລີ

 

ວິຊາການ
ທ່ານ ນາງ ວິໄລພອນ ໝື່ນບົວງິ້ວ
ວິຊາການ
ທ່ານ ສຸລິໄຊ ແກ້ວສີພາ
ວິຊາການ
ທ່ານ ນາງ ສຸວະພາ ຈິນດາມະນີ
ວິຊາການ
ທ່ານ ນາງ ສິນດາລອນ ອັກຄະຣາຊ