ພິທີເປີດງານວາງສະແດງສິນຄ້າ ລາວ – ອີຕາລີ ເອັກສໂປ 2024  (Italian EXPO Laos 2024) ຄັ້ງທີ 2

 

ໃນວັນທີ 14 ມີນາ 2024 ເວລາ 14:30 ໂມງ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ໂປຣເມທິວ ອີຕາລີ (Prometeo Company) ໄດ້ຈັດພິທີເປີດງານວາງສະແດງສິນຄ້າ  ລາວ – ອີຕາລີ ເອັກສໂປ 2024 (Italian EXPO Laos 2024) ຄັ້ງທີ 2 ທີ່ ສູນວາງສະແສງສິນຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ; ໃຫ້ກຽດເຂົ້າຮ່ວມເປັນປະທານຕັດແຖບຜ້າໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ທ່ານ ນ. ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ລາວ, ທ່ານ Oliviero Rusconi  ຫົວໜ້າກົງສຸນກິດຕິມະສັກ ອີຕາລີ ປະຈໍາລາວ, ທ່ານ Gluseppe Pedata ປະທານເທັກໂນໂລຊີ ອຸດສາຫະກໍາ, ພະລັງງານ ແລະ ສິ່ງແວດລ້ອມ, ທ່ານ Paolo Bridi ປະທານບໍລິສັດ ໂປຣເມທິວ; ພ້ອມດ້ວຍ ຮອງຫົວໜ້າຫ້ອງການ, ບັນດາຮອງຫົວໜ້າກົມ, ຄະນະພະແນກ, ວິຊາການ, ພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດພາຍໃນ ແລະ ປະເທດ ອີຕາລີ ເຂົ້າຮ່ວມງານຄັ້ງນີ້ມີຈໍານວນຫຼວງຫຼາຍ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອເປັນການຮັບຕ້ອນປີທ່ອງທ່ຽວລາວ ແລະ ເນື່ອງໃນໂອກາດການເປັນເຈົ້າພາບອາຊຽນ ປີ 2024 ທັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດ ຈາກປະເທດອີຕາລີທີ່ມີທ່າແຮງໃນຂະແໜງກະສິກໍາ, ເທັກໂນໂລຊີ ແລະ ເຄື່ອງກົນຈັກທີ່ໃຊ້ໃນການຜະລິດສິນຄ້າໃນຫລາຍຂົງເຂດ ໃຫ້ຂະຫຍາຍທຸລະກິດເຂົ້າສູ່ຕະຫລາດ ສປປ ລາວ; ພ້ອມທັງໂຄສະນາ ແລະ ນໍາສະເໜີ ທ່າແຮງຂອງສິນຄ້າລາວ, ການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຂອງລາວ ໃຫ້ກັບພາກສ່ວນຕ່າງໆຂອງອີຕາລີ ໂດຍສະເພາະນັກລົງທຶນອີຕາລີ ກໍ່ຄືເອີຣົບ ໃຫ້ຮູ້ຈັກໃນວົງກວ້າງຂຶ້ນ; ທີ່ສໍາຄັນ, ກໍ່ເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກຂົງເຂດດັ່ງກ່າວ ເຂົ້າມາທ່ຽວປະເທດລາວໃຫ້ຫລາຍຂຶ້ນ; ພ້ອມດຽວກັນນີ້, ຍັງເປັນການສ້າງສາຍພົວພັນທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງຫົວໜ່ວຍທຸລະກິດອີຕາລີ ແລະ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ທັງເປັນການສ້າງໂອກາດໃຫ້ມີການຈັບຄູ່ທຸລະກິດ ລະຫວ່າງທຸລະກິດ ລາວ ແລະ ອີຕາລີ ໃຫ້ເພີ່ມຂຶ້ນເທ່ືອລະກ້າວ.

 

ງານວາງສະແດງສິນຄ້າຄັ້ງນີ້: ມີນັກທຸລະກິດເຂົ້າຮ່ວມທັງໝົດ 100 ບຸດ (ຫ້ອງ) ຊຶ່ງປະກອບມີ ຈາກປະເທດອີຕາລີ 50 ບໍລິສັດມາວາງສະແດງສິນຄ້າໃນ 80 ບຸດ (ຫ້ອງ) ແລະ ຫົວໜ່ວຍທຸລະກິດຈາກ ສປປ ລາວ 20 ບຸດ (ຫ້ອງ); ໃນນັ້ນ ສິນຄ້າທີ່ນໍາມາວາງສະແດງ ແລະ ຈຳໜ່າຍ ມີຫຼາກຫຼາຍປະເພດເຊັ່ນ: ເຄື່ອງເຟີນິເຈີ້, ອາຫານແປຮູບ, ເຫລົ້າວາຍ, ເຄື່ອງເຊລະມິກ, ເຄື່ອງໃຊ້ໃນຫ້ອງນໍ້າ, ເຄື່ອງເຮັດຄວາມສະອາດ, ວັດສະດຸກໍ່ສ້າງ, ເຄື່ອງຫັດຖະກໍາລາວ, ເຄື່ອງເງິນ, ຢາພື້ນເມືອງລາວ, ຫັດຖະກໍາຈັກສານ, ເຊື່ອນອນ ແລະ ອື່ນໆ. ນອກນັ້ນ, ກໍຍັງມີການສະແດງສີລະປະພື້ນເມືອງລາວ, ກອງປະຊຸມພົບປະທຸລະກິດ ລາວ-ອີຕາລີ.

ຊຶ່ງງານດັ່ງກ່າວ ເລີ່ມແຕ່ວັນທີ 14 ຫາ 16 ມີນາ 2024 ດໍາເນີນເປັນເວລາ 03 ວັນ.