ພະແນກ ພັດທະນາສິນຄ້າ

ມີໜ້າທີ່

  1. ຄົ້ນຄວ້າສ້າງແຜນຍຸດທະສາດ, ແຜນພັດທະນາສິນຄ້າ ແລະ ການບໍລິການ, ການສ້າງມູນຄ່າເພີ່ມໃຫ້ສິນຄ້າ ແລະ ການບໍລິການ ພ້ອມທັງເຜີຍແຜ່ ແລະ ຈັດຕັ້ງປະຕິບັດ;
  2. ສຶກສາ, ຄົ້ນຄວ້າ ແລະ ກໍາສິນຄ້າທ່າແຮງ ເພື່ອພັດທະນາໃຫ້ໄດ້ມາດຕະຖານສົ່ງອອກ;
  3. ວິໄຈ, ໃຫ້ຄໍາປຶກສາ ແລະ ປະກອບຄໍາເຫັນ ທາງດ້ານວິຊາການ ໃຫ້ກັບຜູ້ຜະລິດສິນຄ້າ ທີ່ເປັນບຸລິມະສິດ ເພື່ອປັບປຸງຄຸນນະພາບສິນຄ້າ ໃຫ້ສາມາດແຂ່ງຂັນ ແລະ ເຊື່ອມໂຍງ ໃນຕະຫຼາດພາຍໃນ ແລະ ສາກົນ;
  4. ປະສານກັບພາກສ່ວນກ່ຽວຂ້ອງ ແລະ ຄົ້ນຄວ້າສ້າງນິຕິກໍາ, ຊຸກຍູ້ສົ່ງເສີມ ແລະ ເອື້ອອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດນະໂຍບາຍພັດທະນາສິນຄ້າ;
  5. ປະສານງານກັບພາກສ່ວນກ່ຽວຂ້ອງ, ຄົ້ນຄວ້າສ້າງນິຕິກໍາຕ່າງໆ, ຊຸກຍູ້ສົ່ງເສີມໃນການຈັດຕັ້ງປະຕິບັດວຽກ ງານ ຫນຶ່ງເມືອງຫນຶ່ງຜະລິດຕະພັນ (ODOP) ພ້ອມດ້ວຍຕິດຕາມ ແລະ ປະເມີນຜົນບັນດາສິນຄ້າທີ່ໄດ້ຮັບກາ ຫມາຍ ODOP ໃນແຕ່ລະໄລຍະ;
  6. ເປັນເຈົ້າການປະສານກັບອົງການພັດທະນາສິນຄ້າສາກົນ ເພື່ອສ້າງມູນຄ່າເພີ່ມໃຫ້ສິນຄ້າທ່າແຮງຂອງລາວ;
  7. ຄົ້ນຄວ້າ, ແນະນໍາ, ໃຫ້ຄໍາປຶກສາ ເພື່ອພັດທະນາສິນຄ້າ ໂດຍນໍາໃຊ້ເຕັກໂນໂລຊີແບບໃຫມ່ທີ່ທັນສະໄຫມເພື່ອ ພັດທະນາ ການອອກແບບຜະລິດຕະພັນ, ການສ້າງຍີ່ຫໍ້ໃຫ້ກັບສິນຄ້າ, ການບັນຈຸຫຸ້ມຫໍ່ ແລະ ອື່ນໆ;
  8. ຈັດກອງປະຊຸມ, ຝຶກອົບຮົມ ແລະ ການສໍາມະນາ ເພື່ອຍົກລະດັບຄວາມຮູ້ ກ່ຽວກັບວຽກງານສົ່ງເສີມການ ຄ້າ ແລະ ພັດທະນາສິນຄ້າ ໃຫ້ຜູ້ປະກອບກິດຈະການ;
  9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສາກົນ ເພື່ອເຜີຍແຜ່, ໃຫ້ຄໍາແນະນໍາພາກທຸລະ ກິດ ກ່ຽວກັບລະບົບການຢັ້ງຢືນຄຸນນະພາບຂອງສິນຄ້າ ແລະ ມາດຕະຖານເພື່ອສົ່ງອອກ;
  10. ຄົ້ນຄວ້ານະໂຍບາຍ ແລະ ສະເຫນີໂຄງການຈັດຕັ້ງປະຕິບັດ ໃນຂົງເຂດວຽກງານພັດທະນາຜະລິດຕະພັນ ແລະ ສິນຄ້າໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງ ປະເທດ;
  11. ເປັນເຈົ້າການຄົ້ນຄວ້າ ຈັດງານອອກແບບລາງວັນ ຜະລິດຕະພັນດີເດັ່ນ, ງານວາງສະແດງໂອດັອບແຫ່ງຊາດ, ງານວາງສະແດງພາຍໃນ ໂດຍປະສານສົມທົມກັບພາກສ່ວນທີ່ກ່ຽວຂ້ອງພາຍໃນກົມ, ເມືອງ, ແຂວງ ແລະ ຂະແຫນງການທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖີ່ນ;
  12. ຄົ້ນຄວ້າ ແລະ ສ້າງປື້ມຄູ່ມື ກ່ຽວກັບວຽກງານພັດທະນາສິນຄ້າ ແລະ ວຽກງານຫນຶ່ງເມືອງຫນຶ່ງຜະລິດຕະພັນ;
  13. ຕິດຕາມລາຄາສິນຄ້າ ການຊື້-ຂາຍ ໃນຕະຫລາດໂລກ ເປັນຕົ້ນສິນຄ້າ ລາຄາທ່າແຮງກະສິກໍາຂອງ ສປປ ລາວ ເພື່ອລາຍງານການນໍາ;
  14. ສ້າງສາລະຄະດີວຽກງານສົ່ງເສີມການຄ້າ ທີ່ຕິດພັນກັບວຽກງານພະແນກ ເພື່ອເປັນຂໍ້ມູນຂ່າວສານ ແຈກຍາຍ ໃຫ້ການນໍາ, ທີ່ປຶກສາການຄ້າຕ່າງປະເທດປະຈໍາລາວ ແລະ ປະຈໍາຢູ່ຕ່າງປະເທດ;
  15. ສ້າງຖານຂໍ້ມູນ ໂອດອບ, ສິນຄ້າກະສິກໍາທ່າແຮງ ແລະ ປັບປຸງພັດທະນາຄຸ້ມຄອງຖານຂໍ້ມູນຂອງກົມ, ໃຫ້ ກັບຜູ້ປະກອບການ ເຊັ່ນ: ຂໍ້ມູນເງື່ອນໄຂສິນຄ້າ, ແນວໂນ້ມສີນຄ້າ, ມາດຖານຂອງຕະຫລາດຮອງຮັບສິນຄ້າ ຂອງ ສປປ ລາວ;
  16. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.

ຄະນະບໍລິຫານງານ ພະແນກ ພັດທະນາສິນຄ້າ

ຫົວໜ້າພະແນກ
ທ່ານ ບຸນເລີດ ພັນທະຫຼ້າມີໄຊ

 

ຮອງຫົວໜ້າ
ທ່ານ ພູເຂົາ ແພງຄຳມີ
ຮອງຫົວໜ້າ
ທ່ານ ເມັງລີ ເຢຍເຊັງ
ຮອງຫົວໜ້າ
ທ່ານ ນາງ ສອນເພັດ ສີຫາປັນຍາ

 

ວິຊາການ
ທ່ານ ເອກະລັກ ອຸດົມເດດ
ວິຊາການ
ທ່ານ ນາງ ມະນີວອນ ວົງໄຊ
ວິຊາການ
ທ່ານ ນາງ ລານີ ສາຍວົງວານ
ວິຊາການ
ທ່ານ ນາງ ພົມມະລີ ສາຍນໍລາດ
ວິຊາການ
ທ່ານ ຈັກກຣິກ ອິນທະວົງ