ພະແນກ ສົ່ງເສີມການຕະຫຼາດ

ມີໜ້າທີ່

  1. ຄົ້ນຄວ້າຍຸດທະສາດ, ນະໂຍບາຍ, ກົນໄກ ແລະ ມາດຕະການ ເພື່ອຊຸກຍູ້ສົ່ງເສີມວຽກງານສົ່ງເສີມການ ຕະຫຼາດ ແລະ ການສົ່ງອອກ ພ້ອມທັງເຜີຍແຜ່ ແລະ ຈັດຕັ້ງປະຕິບັດ;
  2. ຄົ້ນຄວ້າວິໄຈແນວໂນ້ມຕະຫຼາດ ແລະ ວິເຄາະຄວາມສາມາດເຂົ້າເຖິງຕະຫຼາດຕ່າງປະເທດ ຂອງສິນຄ້າລາວ ເພື່ອສະຫນອງໃຫ້ພາກລັດ ແລະ ຜູ້ປະກອບກິດຈະການ;
  3. ຄົ້ນຄວ້າລະບຽບການ, ສ້າງແຜນການຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດລະບຽບຄຸ້ມຄອງ ງານວາງສະແດງ, ນໍາພາຜູ້ປະກອບກິດຈະການເຂົ້າຮ່ວມງານວາງສະແດງ ພາຍໃນ ແລະ ຕ່າງປະເທດ;
  4. ເປັນເຈົ້າການປະສານສົມທົບກັບກະຊວງກ່ຽວຂ້ອງ ໃນການປະຕິບັດພັນທະການເປັນສະມາຊິກຂອງອົງການ ແລະ ການຮ່ວມມື ໃນວຽກງານສົ່ງເສີມການຕະຫຼາດ ໃນກອບອາຊຽນ, ອາຊຽນ+, ພາກພື້ນ ແລະ ສາກົນ ເຊັ່ນ: ວາງສະແດງສາກົນ (BIE), ວາງສະແດງສິນຄ້າອາຊຽນ-ຈີນ (CAEXPO), ສູນອາຊຽນ-ຈີນ (ACC), ສູນອາຊຽນ-ຍີ່ປຸ່ນ (AJC), ສູນອາຊຽນ-ເກົາຫຼີ (AKC), ສະພາອົງການສົ່ງເສີມການຄ້າອາຊີ (ATPF), ແອັກແມັກ (ACMEC) ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງອື່ນໆ;
  5. ຄົ້ນຄວ້າສ້າງແຜນ ແລະ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ຜູ້ປະກອບກິດຈະການ;
  6. ຄົ້ນຄວ້າ, ແລະ ສ້າງປື້ມຄູ່ມື ກ່ຽວກັບວຽກງານສົ່ງເສີມການຕະຫຼາດ, ວຽກງານວາງສະແດງສາກົນ ແລະ ວຽກງານການຮ່ວມມືກັບຂະແຫນງການກ່ຽວຂ້ອງ;
  7. ເປັນເຈົ້າການໃນການຈັດງານວາງສະແດງສອງຝ່າຍ, ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ ເພື່ອນໍາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ;
  8. ສ້າງ ແລະ ເຜີຍແຜ່ ປື້ມບັນຊີລາຍຊື່ນັກທຸລະກິດ, ບົດວິໄຈຕະຫຼາດ, ວາລະສານ, ແຜ່ນພັບ, ບົດຄວາມ ແລະ ສິ່ງພີມຕ່າງໆ ທີ່ຕິດພັນກັບວຽກງານສົ່ງເສີມການຄ້າ;
  9. ເປັນເຈົ້າການໃນການຄົ້ນຄວ້າການຮ່ວມມື ກັບບັນດາສະມາຄົມທຸລະກິດ ພາຍໃນ ແລະ ຕ່າງປະເທດ ເພື່ອ ສົ່ງເສີມຜູ້ປະກອບການລາວ ສາມາດເຂົ້າເຖິງຕະຫຼາດ ພາຍໃນ ແລະ ຕ່າງປະເທດ;
  10. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.

ຄະນະບໍລິຫານງານ ພະແນກ ສົ່ງເສີມການຕະຫຼາດ

ຫົວໜ້າພະແນກ
ທ່ານ ທອງສະໄໝ ບຸນຍະເຂດ

 

ຮອງຫົວໜ້າ
ທ່ານ ຟອງສາລີ ໄຊຍະວົງ
ຮອງຫົວໜ້າ
ທ່ານ ລີບີ ບົວປາວ
ຮອງຫົວໜ້າ
ທ່ານ ນາງ ທອງມາລາ ແກ້ວລາ

 

ວິຊາການ
ທ່ານ ນາງ ບົວທອງ ດາວສີສະຫວັນ
ວິຊາການ
ທ່ານ ນາງ ສອນມະນີ ສີວົງໄຊ
ວິຊາການ
ທ່ານ ສີສົມພອນ ປັດທະວົງ
ວິຊາການ
ທ່ານ ນາງ ວິພາລັດ ທອງພັນທະລາດ
ວິຊາການ
ທ່ານ ຖະ​ໜອມ​ຊັບ ພັນ​ທະ​ລັງ​ສີ
ວິຊາການ
ທ່ານ ວິສະນຸ ສີພັນດອນ