ພິທີເປີດງານວາງສະແດງສິນຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຄອນເສີດເຂດ 03 ຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV – DTA) ຄັ້ງທີ 13

ວັນທີ 27 ກຸມພາ 2024 ເວລາ 18:30 ໂມງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຄອນເສີດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ທີ່ ໜ້າເດີ່ນຫ້ອງວ່າການແຂວງອັດຕະປື ໃຫ້ກຽດເຂົ້າຮ່ວມເປັນປະທານຕັດແຖບຜ້າໂດຍ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ແຂວງອັດຕະປື, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ແຂວງອັດຕະປື, ທ່ານ ໂອພາດ ວົງມາຈຽນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື, ທ່ານ ຈີນໂປຣຕີ ຕາງໜ້າຄະນະຜູ້ແທນ ແຫ່ງຣາຊະອານາຈັກກໍາປູເຈຍ, ທ່ານ ຫວູວັນຈຸງ ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ທ່ານ ຄົມດວງຈັນ ຫົວໜ້າກົມໂຄສະນາທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ; ພ້ອມດ້ວຍ ຫົວໜ້າຫ້ອງການ, ຄະນະກົມ, ຄະນະພະແນກ, ວິຊາການ, ພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດ ຈາກສູນກາງ ແລະ ທ້ອງຖິ່ນ ຢູ່ພາຍໃນແຂວງ, ແຂວງອ້ອມຂ້າງ ແລະ ຕ່າງປະເທດເຂົ້າຮ່ວມງານຄັ້ງນີ້ມີຈໍານວນຫຼວງຫຼາຍ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມຄະນະກໍາມະການຮ່ວມມືເຂດສາມຫຼ່ຽມພັດທະນາ CLV – DTA ຄັ້ງທີ 13 ທີ່ແຂວງອັດຕະປືເປັນເຈົ້າພາບ, ທັງເປັນການສົ່ງເສີມການພັດທະນາ-ຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ຂອງບັນດາປະເທດ ທີ່ນອນໃນເຂດສາມຫຼ່ຽມພັດທະນາ ແນໃສ່ຂະຫຍາຍໂອກາດການຊອກຫາຕະຫຼາດຈໍາໜ່າຍສິນຄ້າ ແລະ ການເປັນຄູ່ຮ່ວມມືດ້ານທຸລະກິດ-ການຄ້າ ໃຫ້ກວ້າງຂວາງກວ່າເກົ່າ ແລະ ຍືນຍົງ; ທັງເປັນການສົ່ງເສີມສີໄມ້ລາຍມື, ພູມປັນຍາຂອງຊາວບ້ານ, ກຸ່ມຜູ້ຜະລິດ-ປຸງແຕ່ງສິນຄ້າ ກະສິກຳ ແລະ ຫັດຖະກຳ ຂອງປະຊາຊົນຕາມຊາຍແດນທີ່ຕິດຈອດກັນ ແລະ ເປັນເວທີໜຶ່ງ ໃນການໂຄສະນາສິນຄ້າ, ການພົບປະແລກປ່ຽນບົດຮຽນ ລະຫວ່າງພາກລັດ ແລະ ທຸລະກິດ ສ້າງໃຫ້ເປັນພື້ນຖານໃນການຮ່ວມມືຈັດງານວາງສະແດງສິນຄ້າຮ່ວມກັນໃນອະນາຄົດ ຢູ່ພາຍໃນເຂດສາມຫຼ່ຽມພັດທະນາ CLV – DTA.

ທ່ານ ໂອພາດ ວົງມາຈຽນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ໄດ້ຂຶ້ນລາຍງານ ແລະ ກ່າວບາງຕອນສໍາຄັນວ່າ: ການເປີດງານວາງສະແດງໃນຄັ້ງນີ້ ເປັນການເພີ່ມທະວີການຮ່ວມມື ແລະ ການແລກປ່ຽນວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງ 03 ຊາດ ແລະ 13 ແຂວງທີ່ນອນໃນເຂດສາມ ຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (ສປປ ລາວມີ: ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ; ຣາຊະອານາຈັກ ກໍາປູເຈຍມີ: ແຂວງ ຊຽງແຕງ, ກະແຈະ, ລັດຕະນະຄີລີ, ດົນຄີລີ ແລະ  ສສ ຫວຽດນາມມີ: ແຂວງ ກອນຕູມ, ຍາລາຍ, ດັກລັກ, ບິງເຟືອກ, ດັກນົງ) ເພື່ອເສີມສ້າງມູນເຊື້ອຂອງພວກເຮົາ ໃຫ້ລູກຫຼານໄດ້ສືບທອດ ແລະ ເສີມສ້າງໃຫ້ງົດງາມຂຶ້ນໄປເລື້ອຍໆ.

ງານວາງສະແດງສິນຄ້າຄັ້ງນີ້: ມີນັກທຸລະກິດເຂົ້າຮ່ວມທັງໝົດ 118 ບຸດ (ຫ້ອງ) ຊຶ່ງປະກອບມີ ສປປ ລາວ 107 ຫ້ອງ, ຣາຊະອານາຈັກ ກໍາປູເຈຍ 06 ຫ້ອງ ແລະ ສສ ຫວຽດນາມ 05 ຫ້ອງ, ໃນນັ້ນ ສິນຄ້າທີ່ນໍາມາວາງສະແດງ ແລະ ຈຳໜ່າຍ ມີຫຼາກຫຼາຍປະເພດເຊັ່ນ: ສິນຄ້າກະສິກຳ, ອຸດສາຫະກຳປຸງແຕ່ງຈາກຜົນຜະລິດກະສິກຳ, ອຸດສາຫະກຳ, ສະຖາບັນການເງິນ-ທະນາຄານ. ນອກນັ້ນ, ກໍຍັງມີພາກສ່ວນວາງສະແດງ ອາຫານ ແລະ ເຄື່ອງດື່ມ ເພື່ອຮັບໃຊ້ແຂກທີ່ເຂົ້າມາທ່ຽວຊົມໃນງານ ລວມມີ 30 ຮ້ານ ຊຶ່ງໄດ້ຄາດຄະເນມູນຄ່າສິນຄ້ານໍາມາວາງສະແດງໃນຄັ້ງນີ້ ປະມານ 6,8 ຕື້ກວ່າ ກີບ ຫຼື ປະມານ 300.000 ກວ່າ ໂດລາສະຫະລັດ.

ຊຶ່ງງານດັ່ງກ່າວ ເລີ່ມແຕ່ວັນທີ 26 ກຸມພາ ຫາ 01 ມີນາ 2024 ແລະ ໃນແຕ່ລະຄໍ່າຄືນກໍ່ຈະມີການສະແດງຄອນເສີດ, ແລກປ່ຽນສີລະປະ-ວັດທະນະທໍາ ຂອງປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ.