ພະແນກ ສົ່ງເສີມການຄ້າທາງເອເລັກໂຕຣນິກ

ມີໜ້າທີ່

  1. ສ້າງຮ່າງແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບວຽກງານຂໍ້ມູນຂ່າວສານ ສ້າງຖານຂໍ້ມູນຂ່າວສານຕະຫລາດ ເພື່ອເປັນຈຸດເກັບກໍາຂໍ້ມູນສິນຄ້າ, ຜູ້ປະກອບກິດຈະການ ແລະ ເງື່ອນໄຂຄວາມ ຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ;
  2. ແນະນໍາ ແລະ ໃຫ້ຄໍາປຶກສາວຽກງານການສົ່ງອອກຂັ້ນພື້ນຖານ ໂດຍນໍາໃຊ້ຖານຂໍ້ມູນ ທີ່ກົມ ເພື່ອມາພັດທະນາລະບົບການຄ້າເອເລັກໂຕຣນິກ;
  3. ຄຸ້ມຄອງ ແລະ ພັດທະນາຫ້ອງວາງສະແດງສິນຄ້າຕົວຢ່າງຂອງກົມ ເພື່ອເປັນແຫຼ່ງຂໍ້ມູນບໍລິການຮັບໃຊ້ແກ່ ທຸລະກິດທັງພາຍໃນ ແລະ ຕ່າງປະເທດ;
  4. ພັດທະນາຖານຂໍ້ມູນທັງຮູບແບບ ອອນລາຍ, ຄູ່ມື ແລະ ລະບຽບການນໍາໃຊ້ ແພຣັດຟອມອີຄອມເມີສ, ວາລະສານ ແລະ ແຜ່ນພັບ ເພື່ອນໍາສະເຫນີ ຂໍ້ມູນການຄ້າ ໃຫ້ກັບທຸລະກິດ ແລະ ສົ່ງເສີມທຸລະກິດສະຕາດອັບ (Startup business data);
  5. ສ້າງຖານຂໍ້ມູນສິນຄ້າການຜະລິດ, ລາຄາສິນຄ້າ, ລາຄາວັດຖຸດີບ, ການປຸງແຕ່ງ ກະສິກໍາເຊື່ອມຕໍ່ກັບ 18 ແຂວງ ເພື່ອເປັນຂໍ້ມູນໃຫ້ ການນໍາກະຊວງ ເອົາເປັນຂໍ້ມູນໄປເຈລະຈາການຊື້-ຂາຍ ສິນຄ້າກັບຕ່າງປະເທດ;
  6. ສ້າງແຜນງານ ແລະ ກໍານົດນະໂຍບາຍຢ່າງຊັດເຈນ ກ່ຽວກັບວຽກງານສົ່ງເສີມການຄ້າທາງເອເລັກໂຕຣນິກ ລະຫວ່າງ G to G, G to B, B to B ແລະ B to C platform ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າ ທີ່ເຮົາ ຜະລິດໄດ້ ແລະ ສົ່ງເສີມການຂາຍທາງອອນລາຍເພີ່ມຂຶ້ນ;
  7. ຜັນຂະຫຍາຍຄໍາສັ່ງຂອງລັດຖະບານ ເພື່ອສົ່ງເສີມການຜະລິດສິນຄ້າພາຍໃນ, ຊົມໃຊ້ພາຍໃນໃຫ້ທົ່ວເຖິງ ໂດຍການນໍາໃຊ້ລະບົບໄອທີຊີ ເຂົ້າໃນວຽກງານການຄ້າແບບໃຫມ່;
  8. ຄົ້ນຄວ້າບັນດານະໂຍບາຍ ແລະ ນິຕິກໍາ ເພື່ອສົ່ງເສີມການຄ້າເອເລັກໂຕຣນິກ ຂອງບັນດາຫົວຫນ່ວຍເອກະ ຊົນ ໂດຍສະເພາະດ້ານການຈໍາຫນ່າຍສິນຄ້າແບບສ່ວນນິຕິບຸກຄົນ ໃຫ້ມາຜ່ານລະບົບທີ່ກົມໄດ້ພັດທະນາ;
  9. ສ້າງແຜນການຊຸກຍູ້ສົ່ງເສີມ, ພັດທະນາຫົວຫນ່ວຍທຸລະກິດ ໃຫ້ນໍາໃຊ້ ລະບົບການຄ້າເອເລັກໂຕຣນິກ, ການໂຄສະນາຮູບແບບອອນລາຍ ແລະ ການສ້າງເວັບໄຊ ອີຄອມເມີສ ຂອງກົມ;
  10. ໃຫ້ຄໍາແນະນໍາທາງດ້ານວິຊາການ ກ່ຽວກັບຕະຫຼາດສົ່ງອອກ; ເງື່ອນໄຂຕະຫລາດ ແລະ ພ້ອມທັງການ ໂຄສະ ນາວຽກງານ ຜ່ານສື່ສັງຄົມທຸກຮູບແບບ (ອອນລາຍ ແລະ ອັອບລາຍ);
  11. ເຜີຍແຜ່ຂໍ້ມູນ ການຄ້າ ສອງຝ່າຍ, ຫຼາຍຝ່າຍ, ມາດຕະຖານຕະຫລາດກະສິກໍາ ແລະ ບັນດານິຕິກໍາ ລາຍການ ສີນຄ້າທີ່ ປະເທດຄູ່ຄ້າອະນຸມັດໃຫ້ ສປປ ລາວ;
  12. ນໍາພາ ແລະ ເປັນເຈົ້າການໃນການສົ່ງເສີມທຸລະກິດລາວ ໃຫ້ສາມາດບໍລິຫານການຂາຍແບບເອເລັກໂຕຣນິກໂດຍສະເພາະການບໍລິຫານການຈັດສົ່ງສິນຄ້າ ແລະ ການບໍລິຫານສາງສິນຄ້າ;
  13. ຄຸ້ມຄອງ ແລະ ບໍລິຫານພັດທະນາເວັບໄຊ ໃຫ້ເປັນສູນກາງເວັບໄຊ ອີຄອມເມີສຂອງລັດ, ພ້ອມທັງເປີດ ໂອກາດໃຫ້ຜູ້ປະກອບການລາວ ຂະຫຍາຍທຸລະກິດການຄ້າຜ່ານຮູບແບບທາງອອນລາຍ ໂດຍການຈົດທະບຽນເຂົ້າມາເປັນສາມະຊິກການຄ້າເອເລັກໂຕຣນິກ ກັບກະຊວງ ອຄ;
  14. ກວດສອບທຸກເວັບໄຊ ທີ່ເຮັດການຊື້- ຂາຍໃນຮູບແບບ ເອເລັກໂຕຣນິກ ເພື່ອບໍ່ໃຫ້ມີການຫຼີກລ່ຽງການເສຍ ພາສີ-ອາກອນ, ສິນຄ້າທີ່ໄດ້ມາດຕະຖານຄຸນນະພາບ, ການຢັ້ງຢືນສິນຄ້າຂາຍອອນລາຍ ທີ່ມີການຊື້-ຂາຍ ຜ່ານລະບົບທະນາຄານໃນປະເທດ ແລະ ຕ້ອງຜ່ານລະບົບທີ່ລັດສ້າງຂື້ນ;
  15. ຄົ້ນຄວ້າ ແລະ ສ້າງແອບພິເຄຊັນ ສາມາດຊື້-ຂາຍ ຜ່ານມືຖື ໂດຍສະເພາະຫົວຫນ່ວຍທຸລະກິດ ສາມາດໄດ້ຮັບ ການຝຶກອົບຮົມ ເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ເຮັດການຄ້າແບບໃຫມ່;
  16. ສະຫລຸບລາຍງານຄວາມຄືບຫນ້າກ່ຽວກັບວຽກງານສົ່ງເສີມການຂາຍສິນຄ້າ ຜ່ານທາງເອເລັກໂຕຣນິກ ໃຫ້ຄະນະນໍາຮັບຊາບ ເພື່ອຂໍທິດຊີ້ນໍາໄປແຕ່ລະໄລຍະ;
  17. ປະເມີນຜົນການຈັດຕັ້ງປະຕິບັດໂຄງການ ແລະ ກໍານົດແຜນການສົ່ງເສີມໃຫ້ແທດເຫມາະກ່ຽວກັບບັນດາຂໍ້ ແນະນໍາຕ່າງໆທີ່ກ່ຽວຂ້ອງກັບການຄ້າເອເລັກໂຕຣນິກ;
  18. ສົ່ງເສີມຫົວຫນ່ວຍທຸລະກິດໃຫ້ມີການແຂ່ງຂັນການພັດທະນາລະບົບ Platform E-commerce ແຕ່ລະໄລຍະ;
  19. ສັງລວມສະຖິຕິຂໍ້ມູນທາງດ້ານການຄ້າ, ສ້າງຖານຂໍ້ມູນຂອງບັນດາບໍລິສັດທີ່ມີການໂຄສະນາສິນຄ້າຜ່ານທາງເອເລັກໂຕຣນິກ;
  20. ສ້າງຄວາມເຂັ້ມແຂງວຽກງານການຄ້າທາງເອເລັກໂຕຣນິກ ໂດຍການຈັດສໍາມະນາ, ຝຶກອົບຮົມ ໃຫ້ແກ່ພາກ ເອກະຊົນ ແລະ ພາກລັດທີ່ກ່ຽວຂ້ອງ;
  21. ໃຫ້ຄໍາແນະນໍາຕໍ່ຫົວຫນ່ວຍທຸລະກິດໃນການເຮັດການຄ້າທາງດ້ານເອເລັກໂຕຣນິກ;
  22. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.

ຄະນະບໍລິຫານງານ ພະແນກ ສົ່ງເສີມການຄ້າທາງເອເລັກໂຕຣນິກ

ຫົວໜ້າພະແນກ
ທ່ານ ຈະເລີນ ສຸນີຈັນ

 

ຮອງຫົວໜ້າ
ທ່ານ ວຽງສົມບັດ ບັງອອນແສງເດດ
ຮອງຫົວໜ້າ
ທ່ານ ເດືອນດວງເດັ່ນ ກ່ານສີລາ

 

ວິຊາການ
ທ່ານ ນາງ ແສງແກ້ວ ເດດລະວົງ
ວິຊາການ
ທ່ານ ນາງ ເພັງພັນສາ ແສງວິໄລ
ວິຊາການ
ທ່ານ ບຸນທັນ ໝັ້ນມະນີ
 

ວິຊາການ
ທ່ານ ສົມມະໂນ ໄຊສົມບັດ