ກອງປະຊຸມສຳມະນາເພີ້ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ສົ່ງເສີມການຮ່ວມມືການຄ້າລະຫວ່າງລາວ-ຫວຽດນາມໃນຍຸກດິຈິຕອນ

ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2025 ທີ່ ສູນການຄ້າລາວໄອເຕັກ (ຕຶກເກົ່າ)  ຄະນະຮັບຜິດຊອບງານວາງສະແດງສິນຄ້າລາວ-ຫວຽດນາມ ໄດ້ຈັດກອງປະຊຸມສໍາມະນາຂຶ້ນ ເພື່ອເພີ້ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ສົ່ງເສີມການຮ່ວມມືການຄ້າລະຫວ່າງລາວ-ຫວຽດນາມໃນຍຸກດິຈິຕອນ ຊຶ່ງໃຫ້ກຽດເປັນປະເທດໂດຍ ທ່ານ ຫງຽນ ມິງ ເຕີມ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມປະຈໍາລາວ ແລະ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ເຂົ້າຮ່ວມງານໂດຍ ປຶກສາເສດຖະກິດການຄ້າລາວ ປະຈຳ ສສ ຫວຽດນາມ, ປະທານສະມາຄົມທຸລະກິດຫວຽດນາມປະຈຳລາວ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ວິຊາການ ຫົວໜ່ວຍທຸລະກິດ ລາວ-ຫວຽດນາມ ຈໍານວນຫຼວງຫຼາຍ.

ທ່ານ ຫງຽນ ມິງ ເຕີມ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມປະຈໍາລາວ ຂຶ້ນກ່າວລາຍງານ ແລະປະກອບຄໍາເຫັນ ພ້ອມທັງໄດ້ເນັ້ນໜັກຄວາມໝາຍຍຸດທະສາດຂອງການຄ້າເອເລັກໂຕຣນິກ ໃນສະພາບການສາຍພົວພັນການຮ່ວມມືພິເສດຫວຽດ – ລາວ ວ່າ: “ການຄ້າເອເລັກໂຕຣນິກຂ້າມຊາຍແດນແມ່ນເສັ້ນທາງສັ້ນກວ່າໝູ່, ມີປະສິດທິຜົນທີ່ສຸດເພື່ອໃຫ້ວິສາຫະກິດສອງຊາດ ໂດຍສະເພາະແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ ສາມາດນຳເອົາຜະລິດຕະພັນຂອງຕົນໄປຈໍາໜ່າຍໂດຍກົງສູ່ຜູ້ບໍລິໂພກຂອງຕະຫຼາດໃກ້ຄຽງ, ຜ່ານຜ່າສິ່ງກີດຂວາງທາງພູມສາດ  ແລະ ຄ່າໃຊ້ຈ່າຍ”.

ກອງປະຊຸມດັ່ງກ່າວ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ  ໄດ້ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ເພີ້ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ສົ່ງເສີມການຮ່ວມມືການຄ້າລະຫວ່າງລາວ-ຫວຽດນາມໃນຍຸກດິຈິຕອນ  ຊຶ່ງເປັນກອງປະຊຸມທີ່ມີຄວາມຫມາຍຄວາມສຳຄັນຫລາຍໃນການຮ່ວມມືກັນຂອງສອງຊາດລາວ-ຫວຽດນາມ ກອງປະຊຸມໃນຄັ້ງນີ້ ຈະເປັນບາດກ້າວທີ່ສຳຄັນໃນການຮ່ວມມືກັນລະຫວ່າງພາກລັດ ແລະ ພາກທຸລະກິດໃນຂະແຫນງການປ່ິນອ້ອມດ້ານອີຄອມຄອມເມີດ ຊຶ່ງປະຈຸບັນສັງຄົມໃນທົ່ວໂລກແມ່ນຫັນມານຳໃຊ້ການຊື້ຂາຍສິນຄ້າ ແລະ ການບໍລິການໃນດ້ານອີຄອມເມີດນັບມື້ສູງຂື້ນ, ຊຶ່ງຕະຫລອດກອງປະຊຸມສັງເກດເຫັນມີຫລາຍເນື້ອໃນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຈາກຜູ້ເຂົ້າຮ່ວມໃນແລກປ່ຽນສົນທະນາ ເພື່ອໃຫ້ມີຄວາມກະຈ່າງແຈ້ງ. ເຖິງຢ່າງໃດກໍ່ດີ ພາຍຫລັງກອງປະຊຸມນີ້ ກໍ່ຂໍໃຫ້ບັນດາທ່ານຈົ່ງສືບຕໍ່ຕິດຕໍ່ຮ່ວມມືກັນເພື່ອເຮັດຄ້າຂາຍຮ່ວມກັນໃນຍຸກດິຈິຕອນທີ່ບໍ່ມີພົມແດນ.

ພາຍໃນການດັ່ງກ່າວ ໄດ້ມີການນໍາສະເຫນີແລກປ່ຽນກ່ຽວກັບ ບົດບາດຂອງພື້ນຖານດີຈີຕອນຈາກ Unitel ກັບແອັບ Lao App, ຄວາມສໍາຄັນຂອງໂຄງລ່າງໂລຈິສຕິກຈາກບໍລິສັດຫຸ້ນສ່ວນ LEC ກຣຸບ ແລະ ປະສົບການໝູນໃຊ້ຕົວຈິງຈາກວິສາຫະກິດ HAL ແລະ ສິ່ງສໍາຄັນກໍ່ໄດ້ມີພິທີເປີດຕົວຂອງກະເປົາເງິນເອເລັກໂຕຣນິກ Lamo, ເຊິ່ງເປັນວິທີການ ແລະ ສິ່ງທີ່ອໍານວຍຄວາມສະດວກໃຫ້ແກ່ການຊໍາລະສະສາງການຊື່ຂາຍທາງການຄ້າລະຫວ່າງສອງຊາດລາວ-ຫວຽດນາມ ສະພາບລວມ ແລະ ບັນຍາກາດພາຍໃນງານ ໄດ້ມີການແລກປ່ຽນສົນທະນາກັນ ຢ່າງກົງໄປກົງມາ ໃນຕອນທ້າຍ ຂອງງານໄດ້ເຕົ້າໂຮມນັກຊ່ຽວຊານ ແລະ ຫົວໜ່ວຍທຸລະກິດທັງສອງປະເທດ ໄດ້ພ້ອມກັນແລກປ່ຽນແບບເປີດອົກເປີດໃຈ ເພື່ອຊອກຫາວິທີທາງແກ້ໄຂຂໍ້ຫຍຸ້ງຍາກ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກຕໍ່ການດໍາເນີນທຸລະກິດຮ່ວມກັນ.