ເຊີນທ່ຽວ ງານວາງສະແດງ ຊາລາວສູ່ສາກົນ

1. ຄວາມເປັນມາຂອງງານວາງສະແດງ

ລັດຖະບານແຫ່ງ ສປປ ລາວ ໄດ້ຫັນປ່ຽນນະໂຍບາຍ, ຍຸດທະສາດ ແລະ ແຜນງານທີ່ຕິດພັນກັບກະສິກໍາ ໄປສູ່ການສົ່ງອອກ ແລະ ທົດແທນການນໍາເຂົ້າ ເພື່ອເຮັດໃຫ້ປະເທດລາວ ກ້າວໄປສູ່ເສັ້ນທາງພັດທະນາເສດຖະກິດ ດ້ວຍເງິນຕາຈາກຕ່າງປະເທດ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຊາ ແມ່ນໜຶ່ງໃນບັນດາສິນຄ້າກະສິກໍາທີ່ສໍາຄັນຂອງ ສປປ ລາວ ທີ່ໄດ້ຮັບການຄ້າຂາຍ – ຈໍາໜ່າຍທັງພາຍໃນ ແລະ ສົ່ງອອກ ເຊິ່ງໄດ້ນໍາລາຍໄດ້ທີ່ສໍາຄັນໃຫ້ແກ່ຄອບຄົວຊາວກະສິກອນ ໃນຊົນນະບົດທາງພາກເໜືອ ແລະ ເຂດພາກໃຕ້ (ເຂດປາກຊ່ອງ) ກໍ່ຄື ນໍາລາຍໄດ້ເຂົ້າສູ່ປະເທດເຮົາ. ໃນປີ 2021, ເນື້ອທີ່ການປູກຊາ ທົ່ວປະເທດມີປະມານ 7.720 ເຮັກຕາ, ໃນນັ້ນ, ພື້ນທີ່ສ່ວນໜຶ່ງ ຂອງເນື້ອທີ່ປູກຊາທັງໝົດແມ່ນເປັນປະເພດຊາທໍາມະຊາດ (ຊາປ່າ ຫຼື ຊາບູຮານ), ພື້ນທີ່ການຜະລິດຊາຂອງລາວ ສ່ວນຫຼາຍ 95% ແມ່ນນອນຢູ່ໃນເຂດພາກເໜືອ ບ່ອນທີ່ມີຄວາມສູງ, ມີເງື່ອນໄຂ ເໝາະສົມແກ່ການຜະລິດ ແລະ ສ່ວນໜຶ່ງກໍມີການປູກຢູ່ເຂດພາກໃຕ້ ເຂດເມືອງປາກຊ່ອງ, ພູພຽງບໍລະເວນ. ຜູ້ຜະລິດຊາເກືອບທັງໝົດ ກໍແມ່ນຊາວກະສິກອນຂະໜາດນ້ອຍ ຂະໜາດຄອບຄົວ. ສໍາລັບຜົນຜະລິດ ໃນປີ 2019 – 2022 ຜ່ານມາ ຜົນຜະລິດໃບຊາແຫ້ງມີປະມານ 19,000 ໂຕນ ສ່ວນໃຫຍ່ແມ່ນປຸງແຕ່ງ ແລ້ວສົ່ງອອກ ປະມານ 1,5 ລ້ານໂດລາສະຫະລັດ, ຕະຫຼາດຕ່າງປະເທດສໍາລັບຊາລາວ ສ່ວນໃຫຍ່ແມ່ນຂາຍສົ່ງອອກໄປປະເທດ ຈີນ, ໄທ ແລະ ສ່ວນໜຶ່ງສົ່ງອອກໄປປະເທດ ຢູໂຫຼບ (ເຢຍລະມັນ ແລະ ຝຣັ່ງ), ເຊິ່ງສາມາດສ້າງລາຍໄດ້ໃຫ້ແກ່ຊາວກະສິກອນຜູ້ປູດ ເປັນຈໍານວນຫຼາຍພໍສົມຄວນ.

ເພື່ອເປັນການສົ່ງເສີມ ແລະ ໂຄສະນາ ຊາລາວ ໃຫ້ເປັນທີ່ຍອມຮັບ ແລະ ຮູ້ຈັກແຜ່ຫຼາຍເປັນວົງກ້ວາງໃນສັງຄົມ, ພ້ອມທັງເປັນການເປີດໂອກາດໃຫ້ ຫົວໜ່ວຍທຸລະກິດຊາລາວທົ່ວປະເທດ ໄດ້ເຂົ້າຮ່ວມນໍາສະເໜີສິນຄ້າຊາ ຂອງຕົນເອງ ແລະ ໄດ້ເຂົ້າຮ່ວມເວທີປະກວດຊາລາວ ເພື່ອຄັດເລືອກຜະລິດຕະພັນຊາລາວ ທີ່ມີຄຸນນະພາບ ແລະ ໂດດເດັ່ນ ໄດ້ໄປເຂົ້າຮ່ວມໃນງານວາງສະແດງທີ່ງານວາງສະແດງໂລກ EXPO 2025 Osaka, ກົມສົ່ງເສີມການຄ້າ, ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຫຼວງພະບາງ ຈຶ່ງມີແຜນຈະຈັດ ງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World) ຂຶ້ນ.

  • ເປັນເວທີປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ ໃນການສົ່ງອອກຊາລາວ ເພື່ອເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ, ຄຸນໝິງ, ກວາງໂຈ່, ຊຽງໄຮ້ ແລະ ຕະຫຼາດສາກົນ ອື່ນໆ.
  • ເພື່ອຄັດເລືອກຊາລາວ ດີເດັ່ນ ຈໍານວນ 03 ລາຍການ ຫຼື ຫຼາຍກ່ວານັ້ນ ເພື່ອໄປວາງສະແດງໃນງານວາງສະແດງໂລກ EXPO 2025 Osaka ເຊິ່ງຈະຈັດຂຶ້ນ ໃນວັນທີ 13 ເມສາ – 13 ຕຸລາ 2025, ທີ່ ໂອຊາກາ, ປະເທດຍີ່ປຸ່ນ. ນອກຈາກນັ້ນ, ຈະໄດ້ເຂົ້າຮ່ວມງານວາງສະແດງລະດັບພາກພື້ນ ແລະ ສາກົນອື່ນໆຕື່ມອີກກ
  • ເພື່ອເປັນການສົ່ງເສີມ, ໂຄສະນາ ຊາລາວ ພ້ອມທັງເປັນການລົງນະລົງ ໃຫ້ກັບຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ ແລະ ຊົມໃຊ້ຜະລິດຕະພັນຊາລາວ ໃຫ້ຫຼາຍຂຶ້ນ ເພື່ອເພີ່ມຍອດຂາຍທັງພາຍໃນ ແລະ ຕ່າງປະເທດ ຂອງຜູ້ປະກອບການ.
  • ເປັນເວທີໃນການຖອດຖອນບົດຮຽນ ຮ່ວມກັບພາກສ່ວນຕ່າງໆໃນຕ່ອງໂສ້ການຜະລິດຊາ ເຊັ່ນ: ຜູ້ປູກ, ຜູ້ເກັບກ່ຽວ, ຜູ້ເກັບຮັກສາ, ຜູ້ປຸງແຕ່ງ, ຜູ້ຂາຍ, ຜູ້ສົ່ງອອກ ແລະ ພາກລັດຖະບານ ເພື່ອປຶກສາຫາລື ແລະ ຮ່ວມພັດທະນາຊາລາວ ກ້າວສູ່ສາກົນ.
  • ເພື່ອເປັນເວທີ ໃນການຈັດລະດັບຊາລາວ ຂອງບັນດາຜູ້ປະກອບການ ເພື່ອເປັນແຮງບັນດານໃຈໃນການສືບຕໍ່ພັດທະນາຜະລິດຕະພັນຂອງຕົນເອງ ບໍ່ວ່າຈະເປັນຂະບວນການຜະລິດ, ການຕະຫລາດ, ການຈັດຈໍາໜ່າຍພາຍໃນປະເທດ ແລະ ກ້າວໄປສູ່ການສົ່ງອອກໃນອະນາຄົດ.
    ເພື່ອສົ່ງເສີມປະຊາຊົນ ແລະ ຜູ້ປະກອບການ ໃຫ້ມີການພັດທະນາຜະລິດຕະພັນດ້ານອາຫານຫວ່າງ ທີ່ຫລາກຫຼາຍ ແລະ ເໝາະສົມ ຮອງຮັບກັບການບໍລິໂພກຮ່ວມກັບຊາລາວ ໃຫ້ຫລາຍຂຶ້ນ.

2. ຈຸດເດັ່ນຂອງງານວາງສະແດງ

  • ຫ້ອງວາງສະແດງຊາລາວ ທີ່ລວບລວມເອົາຜະລິດຕະພັນຊາລາວ ທີ່ໂດດເດັ່ນ, ມີປະຫວັດທີ່ມາ, ມີເອກະລັກ ແລະ ການຫຸ້ມຕໍ່ ທີ່ສວຍງາມ ຈະຖືກຈັດວາງສະແດງຄຽງຄູ່ກັບເຄື່ອງຫັດຖະກໍາລາວ ທີ່ສາມາດນໍາມາປະຍຸກ ແລະ ນໍາໃຊ້ໃນການຫຸ້ມຫໍ່ ເພື່ອເພີ່ມມູນຄ່າໃຫ້ກັບຊາລາວ.
  • ຫ້ອງວາງສະແດງຊາ ຈາກກຸ່ມຜູ້ຜະລິດຊາ 8 ແຂວງ ແລະ ຜູ້ປະກອບການຊາລາວ ທົ່ວປະເທດ.
  • ການຈັດເວທີປະກວດຊາລາວ ເພື່ອຄັດເລືອກເອົາຜະລິດຕະພັນຊາລາວ ທີ່ມີຄຸນນະພາບ, ໂດດເດັ່ນ ແລະ ເໝາະສົມ ເພື່ອສືບຕໍ່ສົ່ງເສີມໄປເຂົ້າຮ່ວມງານວາງສະແດງໂລກ EXPO 2025 Osaka ແລະ ງານວາງສະແດງລະດັບ ພາກພື້ນ ແລະ ສາກົນອື່ນໆ.
  • ການຈັດກິດຈະກໍາຊິມຊາ, ແຈກ, ແຖມ ແລະ ໃຫ້ຂໍ້ມູນກ່ຽວກັບຊາລາວ.
  • ການຈັດກອງປະຊຸມສໍາມະນາ ຊາລາວສູ່ສາກົນ ແລະ ກິດຈະກໍາພົບປະທຸລະກິດ ລະຫວ່າງກຸ່ມ ຫຼື ຊາວກະສິກອນຜູ້ຜະລິດຊາລາວ ແລະ ຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈຈໍາໜ່າຍຊາລາວ ທັງພາຍໃນ ແລະ ຕ່າງປະເທດ.
  • ການວາງສະແດງຜະລິດຕະພັນຫັດຖະກໍາ ເພື່ອນໍາໃຊ້ໃນການຫຸ້ມຫໍ່ ແລະ ວາງສະແດງຜະລິດຕະພັນຊາ ເພື່ອເພີ່ມມູນຄ່າ ແລະ ຄວາມເປັນເອກະລັກໃຫ້ແກ່ຊາລາວ.