ເຊີນເຂົ້າຮ່ວມສະໝັກປະກວດລາງວັນອອກແບບຜະລິດຕະພັນດີເດັ່ນ 2024 Lao Good Design Award (L MARK) 2024

📣📣📣ເປີດຮັບສະໝັກແລ້ວ📣📣📣
✨”ການປະກວດອອກແບບຜະລິດຕະພັນລາວດີເດັ່ນ Lao Good Design Award (L Mark)” ເປັນການປະກວດ ທີ່ໃຫຍ່ທີ່ສຸດໃນປະເທດລາວ ຈັດຂຶ້ນໂດຍ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງ ອຄ, ສູນອາຊຽນ-ຍີ່ປຸ່ນ ແລະ ສະຖາບັນສົ່ງເສີມການອອກແບບຍີ່ປຸ່ນ.

📍ປະເພດການປະກວດອອກແບບຜະລິດຕະພັນ ລວມມີ 5 ກຸ່ມ ດັ່ງລຸ່ມນີ້:
⬇️💍🧥👗🧣
1. ເຄື່ອງປະດັບເພັດພອຍທີ່ມີລາຄາ (Jewellery)
2. ເຄື່ອງຫຸ້ມຫໍ່ຜະລິດຕະພັນ (Packaging Design)
3. ເຄື່ອງແຕ່ງກາຍທີ່ເຮັດດ້ວຍມື (Accessory and personal use from handmade)
4. ຫັດຖະກຳແຜ່ນແພຕໍ່າໃຊ້ຕົບແຕ່ງພາຍໃນບ້ານ (Home textiles for decoration)
5. ແລະ ເຄື່ອງນຸ່ງແຜ່ນແພ Textile for fashion (men and women’s clothes)

📍ການປະກວດ L-Mark ແມ່ນເປີດໂອກາດໃຫ້:
– ນັກອອກແບບອິດສະຫຼະ
– ບໍລິສັດອອກແບບ
– ບໍລິສັດຜູ້ຜະລິດ/ຜູ້ສົ່ງອອກທີ່ເປັນເຈົ້າຂອງຜະລິດຕະພັນ.

✨✨ຜະລິດຕະພັນທີ່ໄດ້ຮັບລາງວັນຊະນະເລີດ ໃນແຕ່ລະລາຍການ ຈະໄດ້ຮັບ:
 ຮັບຖ້ວຍລາງວັນ ແລະ ໃບຢັ້ງຢືນ L-Mark, ຖືກຈັດພິມໃນປື້ມລາຍການ L-Mark 2024, ຈົດລິຂະສິດຊັບສິນທາງປັນຍານຳກົມຊັບສິນທາງປັນຍາ,ກະຊວງ ອຄ, ນໍາໃຊ້ກາໝາຍ L-Mark ໃນຜະລິດຕະພັນຂອງຕົນເອງ, ຖືກໂຄສະນາຜ່ານງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດໃນໂອກາດຕ່າງໆ ພ້ອມທັງສົ່ງເສີມໃຫ້ເປັນຕົວແບບສືກສາໃຫ້ແກ່ຜູ້ສະໝັກ/ນັກອອກແບບປະກວດລາງວັນ L Mark 2025 ໃນປີຕໍ່ໄປ.

📌📌ເປີດຮັບສະໝັກເລີ່ມແຕ່ມື້ນີ້ຮອດວັນທີ 30 ພະຈິກ 2024
👉🏻 ດາວໂຫຼດແບບຟອມສະໝັກໄດ້ທີ່: https://www.dtp.moic.gov.la/dtp/lao-good-design-award/

👉🏻 ຫຼື ຕື່ມແບບຟອມສະໝັກໄດ້ທີ່ https://docs.google.com/forms/d/e/1FAIpQLScrfjQd8f9BHVimhKnxQm5l6ZWzbdEJyYg1L0xOQSgf0aH85A/viewform?usp=pp_url

👉🏻ສົ່ງໃບສະໝັກໄດ້ທີ່ ເບີວອດແອັບ:
+856 20 29292699
+856 20 95952661
📲📲ສອບຖາມຂໍ້ມູນ:
+856 20 29292699
+856 20 54494445

Facebook page: Good Design Laos – L Mark

#ສະໝັກຟຣີ (Free Registration)

#Lmark2022
#gooddesignlaoscompetition
#designcompetition #creative #packagingdesgin #innovativejewelry #handmadeaccessories #homedecroration #fashiontextile

ດາວໂຫລດຟອມສະໝັກ