ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນສິນຄ້າກະສິກໍາລາວ (AMIS) ໃຫ້ແກ່ພະນັກງານພາກລັດທີ່ຮັບຜິດຊອບເກັບກໍາ ແລະ ປ້ອນຂໍ້ມູນໃນ 05 ແຂວງເປົ້າໝາຍຂອງໂຄງການ ໃນວັນທີ 12 ທັນວາ 2022 ທີ່ ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ຈັດໂດຍກົມສົ່ງເສີມການຄ້າ ແລະ ໃຫ້ກຽດເປັນປະທານ ໂດຍ: ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນພຽນ ວໍລະວົງ ຮອງຫົວໜ້າພະແພກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ແລະ ຕາງໜ້າຈາກ ພະແນກອຸດສາຫະກຳ ແລະ ການຄ້າ, ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ ຈາກ 05 ແຂວງເປົ້າໝາຍຂອງໂຄງການ ເຊັ່ນ: ແຂວງ ວຽງຈັນ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ.
ຈຸດປະສົງຂອງການຈັດກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນສິນຄ້າກະສິກໍາລາວ (AMIS) ໃນຄັ້ງນີ້:
- ເພື່ອຝຶກສອນໃຫ້ພະນັກງານພາກລັດຢູ່ໃນ 05 ເແຂວງເປົ້າໝາຍຂອງໂຄງການເປັນຕົ້ນແມ່ນ ພະນັກງານອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້ ເມືອງ ແລະ ແຂວງ ຜູ້ຮັບຜິດຊອບລົງເກັບກໍາຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າໃນລະບົບ ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບົບຖານຂໍ້ມູນສິນຄ້າກະສິກໍາລາວ (AMIS) ຕາມແບບຟອມທີ່ໄດ້ກໍານົດ;
- ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອຸດສາຫະກຳ ແລະ ການຄ້າ, ກະສິກໍາ ແລະ ປ່າໄມ້ ແຂວງ, ເມືອງ ໃນການນໍາໃຊ້ແບບຟອມເກັບກໍາຂໍ້ມູນໃນແຕ່ລະໄລຍະ, ການປ້ອນຂໍ້ມູນ, ອັບເດດຂໍ້ມູນ, ການນໍາໃຊ້ ແລະ ການເກັບຮັກສາຂໍ້ມູນ ເພື່ອຮັບປະກັນຄຸນນະພາບ ແລະ ການຢືນຍົງຂອງລະບົບ AMIS.
- ເພື່ອໃຫ້ການສະໜອງຂໍ້ມູນທາງດ້ານການຕະຫຼາດກ່ຽວກັບສິນຄ້າກະສິກໍາ (ລາຄາ, ປະລິມານ ແລະ ຄຸນນະພາບ) ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ໃຫ້ຊາວກະສິກອນ ກຸ່ມຜູ້ຜະລິດ, ກຸ່ມຜູ້ປະກອບການໂຮງສີ/ໂຮງງານປຸ່ງແຕ່ງເຂົ້າ ແລະ ທຸກໆພາກສ່ວນທີ່ກ່ຽວຂ້ອງກັບຕ່ອງໂສ້ສິນຄ້າກະສິກໍາເຂົ້າໃນລະບົບຖານຂໍ້ມູນຂຶ້ນອອນລາຍໃນເວັບໄຊ www.amis.la
