ກົງຈັກການຈັດຕັ້ງກະຊວງ ອຸດສາຫະກຳ ແລະ ການຄ້າ

ກະຊວງອຸດສາຫະກໍາ ແລະ ການຄ້າ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງລັດຖະບານ, ມີພາລະບົດບາດເປັນເສນາທີການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານ ອຸດສາຫະກຳ, ຫັດຖະກຳ, ເຂດ ແລະ ນິຄົມອຸດສາຫະກຳ, ການຄຸ້ມຄອງເຄມີ, ການຄ້າພາຍໃນ ແລະ ຕ່າງປະເທດ, ການຄ້າຜ່ານອີເລັກໂຕຣນິກ, ການຄຸ້ມຄອງຕະຫລາດ, ການດັດສົມລາຄາ, ການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນທາງທຸລະກິດ, ການຂຶ້ນທະບຽນ ແລະ ຄຸ້ມຄອງວິສາຫະກິດ, ການສົ່ງເສີມປະກອບທຸລະກິດທົ່ວໄປ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊັບສິນທາງປັນຍາ, ມາດຕະຖານວັດແທກ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.
ກະຊວງອຸດສາຫະກຳ ແລະ ການຄ້າ ມີ 1 ຫ້ອງການ, 12 ກົມ ແລະ 1 ສະຖາບັນ. ນອກນັ້ນ, ຍັງມີກົງຈັກການຈັດຕັ້ງດ້ານວິຊາການຢູ່ຂັ້ນແຂວງ (17 ແຂວງ ແລະ 1 ນະຄອນຫລວງວຽງຈັນ) ແລະ ຂັ້ນເມືອງ ( ຕາມການຕົກລົງຂອງອົງການປົກຄອງທ້ອງຖິ່ນ ).