ກອງປະຊຸມທີ່ສະມາຄົມກາເຟລາວ​ ແຂວງ ຈໍາປາສັກ

ໃນຕອນເຊົ້າເວລາ 8:30 ໂມງ, ຂອງວັນທີ 04 ກໍລະກົດ 2022 ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມທີ່ສະມາຄົມກາເຟລາວ,​ ແຂວງ ຈໍາປາສັກ.​ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ແລະ ທ່ານ ປອ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ.​ ມີຜູ້ເຂົ້າຮ່ວມຈາກ ກສຄ,​ ພະນັກງານຈາກພະແນກ ອຄ ແຂວງຈຳປາສັກ ພ້ອມດ້ວຍຕາງຫນ້າຈາກພາກລັດ ແລະ ຫົວຫນ່ວຍທຸລະກິດ ຈາກແຂວງ ບໍລິຄຳໄຊ,​ ຄຳມ່ວນ,​ ສະຫວັນນະເຂດ,​ເຊກອງ,​ ສາລະວັນ ແລະ ຈຳປາສັກ.​ ກອງປະຊຸມດັ່ງກ່າວໄດ້​ເຜີຍແຜ່ຮ່າງສຶກສາທຸະກິດທີ່ມີທ່າແຮງ ເພື່ອສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມໃຫ້ເຂົ້າຕະຫລາດຕ່າງປະເທດ.​ ພາຍໃຕ້ໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການປະເມີນ ແລະ ຂັດເລຶອກເອົາຫົວຫນ່ວຍທຸລະກິດ ທີ່ມີຄວາມອາດສາມາດທີ່ຈະສົ່ງອອກໄປ ສປ ຈີນ ໂດຍໄດ້ກໍານົດເອົາສາມພາກຂອງປະເທດລາວລວມທັງຫມົດ 9 ແຂວງຄື: ພາກເຫນືອປະກອບມີ 3 ແຂວງ ໄດ້ແກ່ : ແຂວງ ໄຊຍະບູລີ, ແຂວງ ຫລວງພະບາງ ແລະ ແຂວງ ອຸດົມໄຊ; ພາກກາງປະກອບມີ 3 ແຂວງ ໄດ້ແກ່: ແຂວງບໍ່ລິຄຳໄຊ,​ ແຂວງຄຳມ່ວນ ແລະ ແລະແຂວງສະຫວັນນະເຂດ ແລະ ພາກໃຕ້ ປະກອບມີ 3 ແຂວງ ໄດ້ແກ່: ແຂວງເຊກອງ,​ ແຂວງສາລະວັນ ແລະ ແລະ ແຂວງຈຳປາສັກ. ໃນກອງປະຊຸມ ໄດ້ມີການແລກປ່ຽນປະສົບການການສົ່ງອອກຈາກບັນດາຫົວຫນ່ວຍທຸລະກິດ,​ ຮັບຟັງບັນຫາ ແລະ ຂໍ້ສະເຫນີຕ່າງໆຈາກບັນດາແຂວງທີ່ເຂົ້າຮ່ວມໃນຄັ້ງນີ້.