
ໃນວັນທີ 8 ພະຈິກ 2024, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ພ້ອມດ້ວຍຄະນະໄດ້ເຂົ້າ ຮ່ວມກອງປະຊຸມ Silk Road E-Commerce Enter ASEAN ໂດຍຈັດຂຶ້ນທີ່ໂຮງແຮມ Promus Hotel Hongqiao ກອງປະຊຸມດັ່ງກ່າວ ເປັນກອງປະຊຸມປິ່ນອ້ອມຂອງງານວາງສະແດງ China International Import Expo (CIIE) ຄັ້ງທີ 7. ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະໂນທອງ ວົງໄຊ ຮອງ ລມຕ ກະຊວງ ອຄ ແລະ ທ່ານ Xue Kan ຮອງເລຂາທິການພັກເຂດຢາງພູ ເຈົ້າເມືອງຢາງພູ. ພ້ອມດ້ວຍ ຄະນະກົມ ສຄຫ, ຕາງໜ້າທະນາຄານແຫ່ງປະເທດຈີນ ສາຂາຊຽງໄຮ, ຮອງຜູ້ອໍານວຍ ການສໍານັກຂ່າວນະຄອນຊຽງໄຮ, ບໍລິສັດຊວນ ເຢ, ບໍລິສັດ CRRC Shijiazhuang Rolling Stock, Shanghai XTransfer Technology.

ທ່ານຮອງ ລັດຖະມົນຕີໄດ້ຂຶ້ນກ່າວໃຫ້ຄໍາໂອວາດໃນທີ່ປະຊຸມ ຕໍ່ກັບການເຂົ້າຮ່ວມງານ CIIE ຂອງ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ກັບເຈົ້າພາບ ກໍຄືນະຄອນຊຽງໄຮ ທີ່ໃຫ້ການສະໜັບສະໜູນ ສປປ ລາວ, ພ້ອມກັນນັ້ນ ກໍໄດ້ແຈ້ງໝາກຜົນຂອງການເປັນເຈົ້າພາບຂອງ ສປປ ລາວ ໃນການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ເຊິ່ງ ສປປ ລາວ ກໍໄດ້ເອົາວຽກງານ E-Commerce ເປັນອີກໜຶ່ງວຽກງານທີ່ສໍາຄັນ ໂດຍສະເພາະໄດ້ມີການເຊັນບົດບັນທຶກຄວາມ ເຂົ້າໃຈ ການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ສໍາລັບສິນຄ້າກະສິກໍາ ລະຫວ່າງ ກະຊວງ ອຄ ລາວ ແລະ ກະຊວງການຄ້າຈີນ ໃນວັນທີ 12 ຕຸລາ 2024 ທີ່ຜ່ານມາ. ແລະ ໃຫ້ຄໍາໝັ້ນສັນຍາຈະເພີ່ມທະວີຄວາມເອົາໃຈໃສ່ ແລະ ແລກປ່ຽນຂໍ້ມູນຂ່າວສານ, ວຽກ ງານຮ່ວມກັບ ສປ ຈີນໃຫ້ຫຼາຍຂຶ້ນ. ທັງນີ້ທັງນັ້ນ ກໍຈະນໍາໃຊ້ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າລາວ ປະຈໍາເມືອງຢາງພູ ຈະເປັນສູນກາງໃນການປະສານສົມທົບວຽກງານລະຫວ່າງ ລາວ ແລະ ນະຄອນຊຽງໄຮ.

ທ່ານ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາໄດ້ ຂຶ້ນກ່າວລາຍງານ ການຈັດຕັ້ງປະຕິບັດ ວຽກງານ ແລະ ແຈ້ງໂຄສະນາ ສູນວາງສະແດງຮ່ວມມືເສດຖະກິດ ແລະ ການຄ້າລາວ ປະຈໍາເມືອງຢາງພູ ນະຄອນຊຽງໄຮ, ທີ່ໄດ້ຈັດຕັ້ງປະຕິບັດມາໄລຍະ 1 ປີ. ພ້ອມກັນນັ້ນ ກໍຍັງໄດ້ລາຍງານວຽກກ່ຽວກັບ E-commerce ຂອງ ສປປ ລາວ ພາຍໃຕ້ການຮ່ວມມືຂອງສອງລັດຖະບານ ຈີນ-ລາວ ທີ່ໄດ້ລົງນາມສານແລກປ່ຽນການຮ່ວມມື ຂອງໂຄງການ ກໍ່ສ້າງລະບົບການຄ້າທາງເອເລັກໂຕຣນິກສໍາ ລັບຜະລິດຕະພັນກະສິກໍາລາວ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າລາວ ແລະ ກະຊວງການຄ້າ ຈີນ ໃນປີ 2022 ໃຫ້ທີ່ປະຊຸມໄດ້ຮັບຊາບ. ເຊິ່ງປະຈຸບັນ ທາງກະຊວງ ອຸດສາຫະກໍາ ແລະ ການຄ້າ ກໍຄື ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຈະຕ້ອງດໍາເນີນເພີ່ມການ ປະສານສົບທົບວຽກງານຮ່ວມກັນກັບ ໜ່ວຍງານຂອງ ສປ ຈີນຫຼາຍຂຶ້້ນ ເພື່ອເຮັດໃຫ້ບັນດາໂຄງການຕ່າງໆປະສົບຜົນສໍາເລັດຕາມຄາດ ໝາຍທີ່ 2 ລັດຖະບານວາງໄວ້.

ໃນວາລະປະຊຸມຄັ້ງນີ້ ກໍໄດ້ມີການຈັດພິທີລົງນາມເຊັນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ບໍລິສັດຊວນເຢ ກັບ ບໍລິສັດ Shanghai XTransfer Technology ແລະ ບໍລິສັດ CRRC Shijiazhuang Rolling Stock ເພື່ອເສີມຂະຫຍາຍໃນການສ້າງ Platform ວຽກງານການ ຄ້າທາງດ້ານ E-Commerce ດຶງດູດສິນຄ້າຈາກ ລາວ ແລະ ASEAN ເຂົ້າຫາ ສປ ຈີນ ກໍຄື ນະຄອນຊຽງໄຮຫຼາຍຂຶ້ນ.

ພາຍຫຼັງສໍາເລັດວາລະກອງປະຊຸມ ທາງຄະນະນໍາລາວ ໄດ້ຮຽນເຊີນ ທ່ານ ເຈົ້າເມືອງຢາງພູ ພ້ອມດ້ວຍຄະນະໄປຢ້ຽມຢາມຫ້ອງວາງສະແດງ ແຫ່ງຊາດລາວ ໃນງານ CIIE ທີ່ໄດ້ນໍາເອົາຜະລິດ ຕະພັນທ່າແຮງຂອງລາວ, ວິດີໂອວັດທະນະທໍາ ແລະທ່ອງທ່ຽວ, ສູນວາງສະແດງຮ່ວມມືເສດຖະກິດ ແລະ ການຄ້າລາວ ເມືອງຢາງພູ, ແລະ ວຽກງານ E-Commerce ມານໍາສະເໜີ ແລະ ໂຄສະນາຜ່ານຫ້ອງວາງສະແດງແຫ່ງຊາດລາວ.